ລະຫວ່າງວັນທີ 14-18ກັນຍາ2020 ທີຫ້ອງປະຊຸມຂອງພະແນກ ອຄແຂວງບໍລິຄຳໄຊ. ໄດ້ເປີດກອງປະຊຸມກ່ຽວກັບການທົດລອງນຳໃຊ້ໂປຼແກຣມຄຸ້ມຄອງທະບຽນວິສາຫະກິດ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ນຳໂດຍທ່ານ ອຸດອນ ພຸດທະບັນດິດ ຫົວໜ້າຫ້ອງການຖານຂໍ້ມູນວິສາຫະກິດແຫ່ງຊາດ, ນາງ ມະນີວົງ ວັນນະເຮືອງ ຮອງຫົວໜ້າພະແນກຄຸ້ມຄອງທະບຽນວິສາຫະກິດ, ທ່ານ ສຸລິສັກ ສີອຸທຸມ ຮອງຫົວໜ້າພະແນກສົ່ງເສີມບັນຍາກາດວິສາຫະກິດ ແລະ Mr Pill ຊ່ຽວຊານຈາກໂຄງການເອດີບີ ພ້ອມດ້ວຍວິຊາການ, ໄດ້ລົງທົດລອງການນຳໃຊ້ໂປຼແກຣມຢູ່ແຂວງ ບໍລິຄຳໄຊ ເປັນແຂວງທຳອິດ ໂດຍທ່ານ ສີສະຫວັດ ມັງແກ້ວບິດາ ຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ພ້ອມຮອງຫົວໜ້າຂະແໜງ ແລະ ວິຊາການກໍ່ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ແມ່ນເພື່ອເຮັດໃຫ້ການສ້າງໂປຼແກຣມຄຸ້ມຄອງທະບຽນວິສາຫະກິດສົມບູນ ແລະ ສາມາດລົງຕິດຕັ້ງ-ເຜີຍແຜ່ ໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າ ໂດຍສະເພາະແມ່ນເຈົ້າໜ້າທີທະບຽນວິສາຫະກິດໃນຂອບເຂດທົ່ວປະເທດ,
ກອງປະຊຸມກ່ຽວກັບການທົດລອງການນຳໃຊ້ໂປຼແກຣມຄຸ້ມຄອງທະບຽນວິສາຫະກິດ ຢູ່ແຂວງບໍລິຄຳໄຊ
- ລາຍລະອຽດ