ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ເຜີຍແຜ່ນິຕິກຳ, ເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 2 ວັນ, ລະຫວ່າງວັນທີ 6-7 ກັນຍາ 2022 ໂດຍເປັນປະທານຮ່ວມ ທ່ານ ນາງ ວົງປະດິດ ວົງສະຫວາດ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ທ່ານ ບຸນລົມ ຫົງຄຳ ຮອງຫົວຫນ້າພະແນກ ອຄ ຜົ້ງສາລີ ພ້ອມດ້ວຍຄູຝຶກ ແລະ ພະນັກງານວິຊາການຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີເຂົ້າຮ່ວມ.
ກອງປະຊຸມຝຶກອົບຮົມວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ເຜີຍແຜ່ນິຕິກຳ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ
- ລາຍລະອຽດ