ຖານຂໍ້​ມູນສະຖິຕິວິສາຫະກິດແຫ່ງຊາດ (ຖວຊ) ເປັນຊັບພະຍາກອນທີ່ມີຄ່າ/ແຫຼ່ງຂໍ້ມູນທີ່ສໍາຄັນຂອງລັດຖະບານ ແຫ່ງ ສປປ ລາວ.

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມຸ່ງໝັ້ນ/ໃຫ້ຄໍາໝັ້ນສັນຍາວ່າຈະແບ່ງປັນຂໍ້ມູນການ ຂຶ້ນທະບຽນວິສາຫະ ກິດ ກັບ ບັນດາຂະແໜງການ /ກົມອື່ນໆ ຂອງ​ພາກ​ລັ​ດ. ຖານຂໍ້ມູນ ຖວຊ ຈະສາມາດເຂົ້າເຖິງໄດ້ທາງເອເລັກໂທນິກ ຜ່ານລະບົບການເຊື່ອມຕໍ່ເວັບໄຊ້ ແບບອິນເຕີເຟດ.

​ລາຍ​ການ​ເຊື່ອມ​ຕໍ່ຖານຂໍ້ມູນ ມີດັ່ງຕໍ່ໄປນີ້:

  • ຄົ້ນຫາລາຍລະອຽດຂອງຫົວໜ່ວຍທຸລະກິດ ໂດຍນໍາໃຊ້ເລກທະບຽນ
  • ຄົ້ນຫາຊື່ຂອງ​ຜູ້​ຖື​ທະ​ບຽນ​ວິ​ສາ​ຫະ​ກິດ ( ລາວ ຫຼື ອັງກິດ)
  • ຄົ້ນຫາຊື່ຂອງວິສາຫະກິດ (ລາວ ຫຼື ອັງກິດ)
  • ລາຍຊື່ວິສາຫະກິດທີ່ຈົດທະບຽນຕັ້ງແຕ່ວັນທີ່ໄດ້ກໍານົດ
  • ລາຍຊື່ວິສາຫະກິດ ໃນແຂວງ
  • ລາຍຊື່ວິສາຫະກິດ ໃນເມືອງ
  • ລາຍຊື່ວິສາຫະກິດ ໃນບ້ານ

ປະຈຸບັນ ຖານຂໍ້ມູນດັ່ງກ່າວແມ່ນເປີດໃຊ້ໃຫ້ພຽງແຕ່ໜ່ວຍງານຂອງລັດ, ຂຶ້ນກັບການລົງນາມ MOU (ບົດບັນທຶກຄວາມເຂົ້າໃຈ). ຖ້າທ່ານເປັນຕົວແທນຂອງກົມທີ່ສັງກັດລັດ ທີ່ມີຄວາມສົນໃຈ ທີ່ຈະເຊື່ອມຕໍ່ກັບ ຖານຂໍ້ມູນ ຖວ​ຊ ນີ້, ກະລຸນາຕິດຕໍ່ມາຍັງທີມງານຂອງ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດ ສາຫະກໍາ ແລະ ການຄ້າ,​ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບຄວາມຕ້ອງການດັ່ງກ່າວ.

ຕິດຕໍ່ພົວພັນໂດຍກົງ:

  • ໂທ : 020 55616270
  •        020 58589001
  •        020 54566669.