1. ຂັ້ນຕອນ ແລະ ກຳນົດເວລາການພິຈາລະນາຂຶ້ນທະບຽນວິສາຫະກິດ ໃຫ້ປະຕິບັດ ດັ່ງນີ້:

      • ຜູ້ທີ່ມີຈຸດປະສົງແຈ້ງຂຶ້ນທະບຽນວິສາຫະກິດ ແມ່ນໃຫ້ຍື່ນຄຳຮ້ອງ ພ້ອມດ້ວຍເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ຕາມຄໍາແນະນໍາສະບັບນີ້;
      • ພາຍຫຼັງ ໄດ້ຮັບເອກະສານແຈ້ງຂຶ້ນທະບຽນວິສາຫະກິດແລ້ວ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງກວດກາ ຈໍານວນ, ປະເພດເອກະສານ, ຄົບຖ້ວນ ແລະ ຄວາມຖືກຕ້ອງຂອງເນື້ອໃນເອກະສານ ຕາມຄໍາແນະນໍາສະບັບນີ້ ໃຫ້ສໍາເລັດພາຍໃນ ໜຶ່ງ ຊົ່ວໂມງ ພ້ອມລົງລາຍເຊັນຜູ້ຮັບ ແລະ ຜູ້ຍື່ນຄໍາຮ້ອງ ໃສ່ໃບກວດເອກະສານ ແລະ ໃຫ້ປະຕິບັດ ດັ່ງນີ້:
    • ຫຼັງຈາກ ເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕ້ອງແຈ້ງຜູ້ຍື່ນຄໍາຮ້ອງ ຊໍາລະຄ່າທໍານຽມ ແລະ ຄ່າບໍລິການ ແລະ ມອບໃບຕິດຕາມວັນນັດໝາຍມາຮັບໃບທະບຽນວິສາຫະກິດ, ຊຶ່ງເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງອອກໃບທະບຽນວິສາຫະກິດ ພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນອອກໃບຕິດຕາມ ເປັນຕົ້ນໄປ;
    • ໃນກໍລະນີ ເອກະສານບໍ່ຄົບຖ້ວນ ແລະ/ຫຼື ບໍ່ຖືກຕ້ອງ ຕ້ອງແນະນໍາໃຫ້ຜູ້ຍື່ນຄຳຮ້ອງຊາບ ເພື່ອປັບປຸງແກ້ໄຂ ໂດຍຕ້ອງແນະນໍາຈຸດທີ່ຕ້ອງປັບປຸງແກ້ໄຂຢ່າງຈະແຈ້ງ ໃສ່ໃນໃບກວດກາເອກະສານດັ່ງກ່າວ. ພາຍຫຼັງ ປັບປຸງແກ້ໄຂຄົບຖ້ວນ ແລະ ຖືກຕ້ອງແລ້ວ ແມ່ນໃຫ້ປະຕິບັດຕາມຂັ້ນຕອນ ແລະ ເວລາ ຕາມທີ່ກຳນົດໄວ້ໃນຂີດໜ້າຖັດເທິງນີ້.