ກອງປະຊຸມທາບທາມຄຳເຫັນຕໍ່ຮ່າງ ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ-2013) ຢູ່ບັນດາແຂວງ ພາກກາງແບບທາງໄກ
- ລາຍລະອຽດ
ໃນວັນທີ 26 ເມສາ2022, ທີ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ, ໄດ້ເປີດກອງປະຊຸມທາບທາມຄຳເຫັນຮ່າງ ກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ-2013) ຢູ່ບັນດາແຂວງພາກກາງແບບທາງໄກ, ໂດຍໃຫ້ກຽດເປັນປະທານ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຄະນະກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ຄະນະພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ພ້ອມວິຊາການເຂົ້າຮ່ວມ, ແລະ ບັນດາ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພາກກາງເຂົ້າຮ່ວມ ແບບທາງໄກ.
ກອງປະຊຸມປຶກສາຫາລືກ່ຽວກັບການເປີດບັນຊີຂອງບັນດາທະນາຄານທຸລະກິດໃຫ້ຫົວໜ່ວຍວິສາຫະກິດຢູ່ ສປປ ລາວ, ທີຫ້ອງປະຊຸມໃຫ່ຍກະຊວງອຸດສາຫະກຳ ແລະ ການຄ້າ.
- ລາຍລະອຽດ
ໃນວັນທີ 2 ມີນາ 2022 ທີ່ຫ້ອງປະຊຸມໃຫ່ຍຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ໄດ້ຈັດກອງປະຊຸມຮ່ວມກັບ ກົມຄຸ້ມຄອງທະນາຄານທຸລະກິດ, ສຳນັກງານຕ້ານການຟອກເງີນ, ທະນາແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດ, ພາຍໃຕ້ການເປັນປະທານຂອງທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ, ມີຜູ້ເຂົ້າຮ່ວມຈາກກົມຄຸ້ມຄອງທະນາຄານທຸລະກິດ, ສຳນັກງານຕ້ານການຟອກເງີນ ທະນາຄານແຫ່ງ ສປປ ລາວ, ສະມາຄົມທະນາຄານທຸລະກິດ ແລະ ບັນດາຫົວໜ່ວຍທະນາຄານທຸລະກິດເຂົ້າຮ່ວມ.
ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ(ກະຊວງແຜນການ ແລະ ການລົງທຶນ)ພ້ອມດ້ວຍຄະນະ ຮ່ວມກອງປະຊຸມປືກສາຫາລື ແລະ ຖອດຖອນບົດຮຽນກັບ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຄັ້ງວັນທີ 18 ກຸມພາ2022.
- ລາຍລະອຽດ
ໃນຄັ້ງວັນທີ18 ກຸມພາ 2022, ທີ່ຫ້ອງປະຊຸມຂອງ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ໄດ້ມີການຈັດກອງປະຊຸມປືກສາຫາລື ກ່ຽວກັບການຂຶ້ນ ແລະ ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ທີ່ຕິດພັນກັບການອອກໃບທະບຽນ ສຳປະທານ ແລະ ກິດຈະການໃນບັນຊີທຸລະກິດຄວບຄຸມ, ການກວດຊື່ວິສາຫະກິດ ແລະ ການເຊື່ອມຂໍ້ມູນການລົງທຶນຂອງຂະແໜງແຜນການ ແລະ ການລົງທຶນ ກັບຖານຂໍ້ມູນວິສາຫະກິດແຫ່ງຊາດ, ເພື່ອສ້າງສີ່ງອຳນວຍຄວາມສະດວກໃຫ້ແກ່ ການລົງທຶນ ແລະ ສ້າງລະບົບເຊື່ອມຕໍ່ຂໍ້ມູນວິສາຫະກິດໃຫ້ເປັນລະບົບທັນສະໄໝ.
ອ່ານເພີ່ມເຕີມ: ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ(ກະຊວງແຜນການ ແລະ...