ຮູບເວັບຂໍອະນຸຍາດ

  + 856 021 412011
  + 856 021 453865


 + 856 2055616270

 + 856 2058589001

           + 856 2054566669

ມື້ນີ້ມື້ນີ້392
ມື້ວານນີ້ມື້ວານນີ້277
ອາທິດນີ້ອາທິດນີ້2882
ເດືອນ​ນີ້ເດືອນ​ນີ້669
ທັງໝົດທັງໝົດ553049
  • 10
  • 07
  • 04
  • 03
  • 13
  • 15
  • 08
  • 18
  • 05
  • 06

ເຜີຍແຜ່ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ 3 ປີ 2022

ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ວິສາຫະກິດສະບັບປັບປຸງ ປີ 2022 ຂຶ້ນໃນວັນທີ 20 ມີນາ 2024 ທີ່ກະຊວງ ອຄ ໂດຍເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ມີບັນດາທ່ານຜູ້ຕ່າງໜ້າຈາກຂະແໜງການກ່ຽວຂ້ອງທີ່ອອກໃບອະນຸຍາດດຳເນີນທຸລະກິດ ຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນ ພາຍໃນນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ

ເຜີຍແຜ່ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ 2 ປີ 2022

ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ບາງຈຸດພົ້ນເດັ່ນ ຫຼື ຈຸດພິເສດຂອງກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ໃຫ້ບັນດາຜູ້ຕ່າງໜ້າຂອງຂະແໜງການກ່ຽວຂ້ອງໃນຂັ້ນສູນກາງ ແລະ ຂັ້ນແຂວງ ພາຍໃນນະຄອນຫຼວງວຽງຈັນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ຕາມກົດໝາຍສະບັບປັບປຸງດັ່ງກ່າວ.

ເຜີຍແຜ່ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ 1 ປີ 2022

ການເຜີຍແຜ່ໃນຄັ້ງນີ້, ທາງທ່ານຫົວໜ້າກົມທະບຽນວິສາຫະກິດ ໃນນາມຄະນະທີ່ຮັບຜິດຊອບ ຈະໄດ້ນຳເອົາເນື້ອໃນສຳຄັນໃນກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ເຊີ່ງເນື້ອໃນທີ່ນຳມາເຜີຍແຜ່ໃນຄັ້ງນີ້ ເປັນຕົ້ນແມ່ນເນັ້ນໜັກໃສ່: ຫຼັກການ ແລະ ພາບລວມຂອງການຂຶ້ນທະບຽນວິສາຫະກິດ ຕາມກົດໝາຍລະບົບໃໝ່, ການປ່ຽນແປງເນື້້ອໃນໃບທະບຽນວິສາຫະກິດ, ການຍຸບເລີກວິສາຫະກິດ ລວມທັງຮູບແບບໃບທະບຽນວິສາຫະກິດທີ່ປັບປຸງໃໝ່, ພ້ອມນັ້ນ ຍັງຈະໄດ້ເຜີຍແຜ່ບາງປະເດັນທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງໂດຍກົງ ເປັນຕົ້ນການເຄື່ອນໄຫວທຸລະກິດ ພາຍຫຼັງການຂຶ້ນທະບຽນວິສາຫະກິດ, ການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ການກວດກາວິສາຫະກິດ ລະຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ອະນຸຍາດດຳເນີນທຸລະກິດ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖີ່ນທີ່ກ່ຽວຂ້ອງ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ

ກົມສົ່ງເສີມການຄ້າ

ຈົດໝາຍເຫດທາງລັດຖະການ

ກົມສວຍສາອາກອນ

ການດຳເນີນທຸລະກິດ ໃນສປປ ລາວ


ໃບທະບຽນວິສາຫະກິດປັບປຸງໃໝ່